ກອງປະຊຸມ ປະເມີນຜົນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2018 ແລະ ແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019

ອງປະຊຸມປະເມີນຜົນໜ່ວຍພັກເຂັ້ມແຂງ ແລະ ຮູ້ນຳພາຮອບດ້ານປະຈຳປີ 2018 ຂອງໜ່ວຍພັກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ

.

ກອງປະຊຸມປະເມີນຜົນໜ່ວຍພັກເຂັ້ມແຂງ ແລະ ຮູ້ນຳພາຮອບດ້ານປະຈຳປີ 2018ຂອງໜ່ວຍພັກໂຮງຮຽນເຕັກນິກ-ວິຊາ ຊີບ ແບບປະສົມແຂວງໄຊຍະບູລີ ໄດ້ເປີດຂຶ້ນ ຢ່າງເປັນທາງການໃນຕອນເຊົ້າ, ເວລາ ..9.. ໂມງ ...05... ນາທີ, ຂອງວັນທີ 12 ທັນວາ 2018 ຢູ່ທີ່ຫ້ອງປະຊຸມໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ພາຍໃຕ້ການເປັນປະທານຂອງ  ສະຫາຍ ທອງຈັນ ພັນທຸອາມາດ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ເລຂາໜ່ວຍພັກ, ຜູ້ອຳນວຍການໂຮງຮຽນເຕັກ ນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມ ຂອງ  ສະຫາຍ ນາງ ບຸນພັກ ອິນທະປັນຍາ , ຄະນະປະຈຳພັກ ແຂວງ, ຮອງເຈົ້າແຂວງໄຊຍະບູລີ, ຜູ້ຊີ້ນຳຂົງເຂດ ວັດທະນະທຳສັງຄົມ, ມີ ບັນດາສະຫາຍສະມາຊິກພັກ, ມະຫາຊົນພາຍໃນໜ່ວຍພັກ ເຂົ້າຮ່ວມ ທັງໝົດ ..101.. ສະຫາຍ, ຍິງ ..26... ສະຫາຍ.   





ກອງປະຊຸມຄັ້ງນີ້ໄດ້ຄົ້ນຄ້ວາຮັບຮອງບາງບັນຫາດັ່ງນີ້ :


1. ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາບົດສະຫຼຸບການກວດກາປະເມີນຜົນການກໍ່ສ້າງໜ່ວຍພັກເຂັ້ມ ແຂງ-ຮູ້ນຳພາຮອບດ້ານປະຈຳປີ 2018 ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະ ຈຳປີ 2019 ຂອງໜ່ວຍພັກ.

2. ກອງປະຊຸມໄດ້ຜ່ານ ແລະ ຮັບຮອງເອົາບົດບັນທຶກແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາຂອງໜ່ວຍພັກປະຈຳປີ 2019. ພ້ອມທັງຈັບມືແຂ່ງຂັນກັນ.

3. ກອງປະຊຸມໄດ້ເປັນກຽດຕ້ອນຮັບ ແລະ ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ບຸນພັກ ອິນທະປັນຍາ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານທີ່ໜ່ວຍພັກນຳພາຍາດມາໄດ້ ຕະຫຼອດ 1 ປີ ຜ່ານມາ. ສະຫາຍໄດ້ເນັ້ນໜັກໃຫ້ໜ່ວຍພັກສືບຕໍ່ນຳພາແກ້ໄຂບັນດາບັນຫາທີ່ເປັນຈຸດອ່ອນໃຫ້ໝົດໄປ, ເຫັນດີ ແລະ ສະໜັບສະໜູນພາກທິດທາງແຜນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມດ້ວຍຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2019

         ຈາກນັ້ນ, ສະຫາຍຄະນະປະທານ ຍັງໄດ້ເນັ້ນຢ້ຳໃຫ້ສະມາຊິກພັກ, ມະຫາຊົນ, ອາສາສະໝັກທຸກສະຫາຍ ຕ້ອງໄດ້ເປີດ ໃຈຍອມຮັບຄຳຄຳນິສົ່ງຂ່າວ ໂດຍສະເພາະ ຂໍ້ບົກຜ່ອງ ເພື່ອພ້ອມກັນ ກຳຈັດໃຫ້ໄດ້ດີຂຶ້ນເທື່ອລະກ້າວ, ເອົາໃຈໃສ່ເປັນເຈົ້າ ການຈັດຕັ້ງປະຕິບັດວຽກແນວຄິດ, ວຽກງານແບບແຜນວິທີເຮັດວຽກ ແລະ ເສີມຂະຫຍາຍວຽກວິຊາສະເພາະ ໃຫ້ມີການພັດ ທະນາຂຶ້ນເປັນກ້າວໆ.

I BUILT MY SITE FOR FREE USING