ພິທີເປີດການປ້ອງກັນບົດລາຍງານທ້າຍການສຶກສາຂອງນັກສຶກສາປີສຸດທ້າຍຫຼັກສູດຊັ້ນກາງ ແລະ ຊັ້ນສູງຕໍ່ເນື່ອງ,ສົກຮຽນ:2017-2018

ພິທີເປີດການປ້ອງກັນບົດລາຍງານທ້າຍການສຶກສາຂອງນັກສຶກສາປີສຸດທ້າຍຫຼັກສູດຊັ້ນກາງ 9+3,12+2 ແລະ ຊັ້ນສູງຕໍ່ເນື່ອງ 9+3+2,ສົກຮຽນ:2017-2018 ໃນ8ສາຂາວິຊາຮຽນຄື: ສາຂາປູກຝັງ,ລ້ຽງສັດ,ກໍ່ສ້າງເຄຫາສະຖານ,ໄຟຟ້າເຕັກນິກ,ປຸງແຕ່ງອາຫານ ແລະ ການບໍລິການ,ສ້ອມແປງທົ່ວໄປ,ວິຈິດສິນ ແລະ ຊ່າງໄມ້,ເຊິ່ງພິທີດັ່ງກ່າວໄດ້ໄຂຂຶ້ນໃນເວລາ 8ໂມງ30 ນາທີໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2018 ໂດຍການເປັນປະທານຂອງທ່ານ ບຸນເພັງ ມາຖາ ຫົວໜ້າຂະແໜງອາຊີວະສຶກສາ,ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີມີຄະນະອຳນວຍການໂຮງຮຽນ,ພະແນກການອ້ອມຂ້າງແຂວງເຊັ່ນ: ພະແນກກະສິກຳ ແລະ ປ່າໄມ້ແຂວງ,ພະແນກໂຍທາທິການ ແລະ ຂົນສົ່ງ,ພະແນກອຸດສະຫະກຳ ແລະ ການຄ້າແຂວງ,ລັດວິສາຫະກິດໄຟຟ້າລາວສາຂາແຂວງໄຊຍະບູລີພ້ອມດ້ວຍພະນັກງານຄູອາຈານ ທີ່ເປັນກຳມະການໃນການປ້ອງກັນບົດເຂົ້າຮ່ວມ35ຄົນ,ຍິງ11 ຄົນ ແລະ ນັກສຶກສາປີສຸດທ້າຍທີ່ມີເງື່ອນເຂົ້າຮ່ວມການປ້ອງກັນບົດຈຳນວນ: 388/173 ຄົນ



003


ໃນພິທີດັ່ງກ່າວທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການໂຮງຮຽນ ຜູ້ຊີ້ນຳວຽກງານວິຊາການໄດ້ຂຶ້ນຜ່ານບົດລາຍງານຜົນສຳເລັດຂອງການຈັດຕັ້ງການຮຽນ-ການສອນໃນ3 ຫຼັກສູດດັ່ງກ່າວໃຫ້ຜູ້ເຂົ້າຮ່ວມໃນພິທີໄດ້ຮັບຊາບ.

ປະທານມີຄຳເຫັນຕໍ່ພິທີ ແລະ ກ່າວເປີດການປ້ອງກັນບົດຢ່າງເປັນທາງການ


       ປະທານ,ຄະນະອຳນວຍການ ແລະ ແຂກທີ່ຖືກເຊີນ,ພະນັກງານຄູອາຈານ ແລະ ຕົວແທນນັກສຶກສາຖ່າຍຮູບຮ່ວມກັນ


                                    ບັນຍາກາດກ່ຽວກັບການປ້ອງກັນບົດໃນແຕ່ລະສາຂາວິຊາຮຽນ

                                                       ຂະແໜງປູກຝັງ Crop Production

                                   ຂະແໜງສ້ອມແປງທົ່ວໄປ  Small Engine Repair

                                    ຂະແໜງໄຟຟ້າເຕັກນິກ  Electrics

                              ຂະແໜງປຸງແຕ່ງອາຫານ ແລະ ການບໍລິການ Food Processing and Services


                                 ຂະແໜງບໍລິຫານທຸລະກິດ(ສາຂາການບັນຊີ) Business and Adminstration

             ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປ້ອງກັນບົດໂຄງການຈົບຊັ້ນນັກສຶກສາຊັ້ນກາງຫຼັກສູດ12+2 ຫຼຸ້ນທີ XIII,ຫຼັກສູດ 9+3 ຫຼຸ້ນທີ VI ແລະ ຊັ້ນສູງຕໍ່ເນື່ອງ 9+3+2 ຫຼຸ້ນທີ III

007

I BUILT MY SITE FOR FREE USING